ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ​ໃຫຍ່ 661 ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ

     ວັນ​ທີ 3 ຕຸລາ 2023 ນີ້, ກອງພັນ​ໃຫຍ່ 661 ໄດ້​ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບ
ຮອບ 75 ປີ, ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ-ລົດ​ຕັງ​ຍານ​ເກາະ ຄົບຮອບ 62 ປີ ແລະ ວັນ​ສ້າງຕັ້ງ​ກອງພັນ​ໃຫຍ່ 661 ຄົບຮອບ 7 ປີ, ໂດຍ​ການ​ເປັນ​ປະທານ​
ຂອງ ສະຫາຍ ພັນ​ເອກ ຄຳ​ປານ ແພງ​ພັນ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 661, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກອງພັນ, ພະນັກ
ງານ-ນັກຮົບ, ຄະນະ​ຮັບຜິດ ຊອບ​ພ້ອມ​ດ້ວຍ​ນັກ​ກິລາເຂົ້າ​ຮ່ວມ.

     ສະຫາຍ ພັນ​ໂທ ບຸນ​ທະວີ ລ້ວນ​ບຸດ​ສະ​ດີ ຫົວໜ້າ​ພະແນກການ​ເມືອງກອງພັນ​ໃຫຍ່ 661 ໄດ້​ຜ່ານ​ຜົນສຳເລັດ​ຂອງ​ການ​ສ້າງ​ຂະ​ບວນ​ການ​ແຂ່ງ
ຂັນ​ກິລາ​ໃນ​ຄັ້ງ​ນີ້ ດໍາເນີນໄປດ້ວຍບັນຍາກາດ​ຟົດຟື້ນ, ເບີກບານ​ມ່ວນຊື່ນ, ສ້າງ​ຄວາມ​ຮັກແພງ​ສາມັກຄີ​ພາຍ​ໃນ​ກົມ​ກອງພ້ອມ​ກັນ​ນັ້ນ, ເພື່ອ​ສະແດງ​
ໃຫ້​ເຫັນ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ, ຄວາມ​ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ ແລະ ເພື່ອ​ໃຫ້​ພະນັກງານ-ນັກຮົບ​ລະນຶກ​ເຖິງ​ຜົນງານ, ມູນ
ເຊື້ອ​ຂອງ​ກອງທັບ, ເຫຼົ່າ​ຮົບ-ລົດ​ຕັງ​ຍານ​ເກາະ ທັງ​ເປັນ​ການ​ຢັ້ງຢືນ​ເຖິງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ກອງພັນ​ໃຫຍ່ 661 ໃນ​ພາລະກິດ​ປະຕິວັດ.
​ຂະ​ບວນ​ການ​ໃນ​ຄັ້ງ​ນີ້, ​ມີ 4 ປະເພດ​ກິລາ​ຄື: ບານເຕະ​ຊາຍ, ບານສົ່ງ​ຊາຍ, ບານສົ່ງ​ຍິງ, ກະຕໍ້ ແລະ ເປ​ຕັງ​ປະສົມ​ຊາຍ-ຍິງ ຜ່ານ​ການ​ແຂ່ງຂັນບານ
ເຕະ​ຊາຍ​ ອັນ​ດັບ I ກອງພັນ 162, ອັນ​ດັບ II ພະ​ແນກ​ພະລາທິການ, ອັນ​ດັບ III ກອງພັນ 615; ບານສົ່ງ​ຊາຍ​ອັນ​ດັບ I ກອງພັນ 161, ອັນ​ດັບ II
ກອງພັນ 162, ອັນ​ດັບ III ພະ​ແນກ​ພະລາທິການ;ບານສົ່ງ​ຍິງ​ອັນ​ດັບ I ໄດ້ແກ່ ພະ​ແນກ​ພະລາທິການ, ອັນ​ດັບ​ທີ II ພະ​ແນກ​ເສນາ​ທິ​ການ, ອັນ​ດັບ III
ພະ​ແນກ​ບໍລິຫານ, ກະຕໍ້ ອັນ​ດັບ I ໄດ້ແກ່ ກອງພັນ 161, ອັນ​ດັບ II ພະ​ແນກ​ເສນາ​ທິ​ການ, ອັນ​ດັບ​ທີ III ກອງພັນ 615; ເປ​ຕັງ​ປະສົມ ​ຊາຍ-ຍິງ ​ອັນ​
ດັບ I ກອງພັນ 615, ອັນ​ດັບ II ພະ​ແນກ​ບໍລິຫານ, ອັນ​ດັບ III ພະ​ແນກ​ເຕັກນິກ.

ແຫຼ່ງທີ່ມາ: ສົມ​ຄິດ ພູມ​ມີ​ຈິດ
ວັນທີ 04/10/2023